ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິດ​ສະ​ຣາ​ແອນ ຢືນຢັນ​ຍັງ​ຈະ​ສືບຕໍ່​ສູ້​ຮົບ ​ກັບ​ພັກ​ເຮັສ​ໂບ​ລາ​ ໃນ​ລີ​ບັງ

     ວິທະຍຸ-ໂທລະພາບ​ສູນ​ກາງ ​ສປ ຈີນ ລາຍ​ງານ​ໃຫ້​ຮູ້​ ໃນ​ວັນ​ທີ 8 ກໍລະກົດ 2024 ນີ້​ວ່າ: ວັນ​ທີ 7 ກໍລະກົດ ຜ່ານ​ມາ, ທ່ານ ໂຢ​ອາ​​ຟ ກາລັນ,
ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ​ອິດ​ສະ​ຣາ​ແອນ ໄດ້​ກ່າວ​ວ່າ: ບໍ່​ວ່າ​ອິດ​ສະ​ຣາ​ແອນ ກັບ​ຂະ​ບວນ​ການ​ຕໍ່ຕ້ານ​ອິ​ສລາມ ​ປາ​ແລັດ​ສະ​ຕິນ ຫຼື ກຸ່ມ
​ຮາມັສ ຈະ​ໄດ້​ເຊັນ​ສັນຍາ​ຢຸດ​ຍິງ​ ຢູ່​ເຂດ​ກາ​ຊາ ຫຼື ບໍ່, ການ​ສູ້​ຮົບ​ລະຫວ່າງ​ທະຫານ ອິດ​ສະ​ຣາ​ແອນ ກັບ​ພັກ ເຮັສ​ໂບ​ລາ ໃນ ລີ​ບັງ ຍັງ​ຈະ​ສືບຕໍ່​ໄປ​ອີກ.

     ສື່​ມວນ​ຊົນ ອິດ​ສະ​ຣາ​ແອນ ລາຍ​ງານ​ວ່າ, ໃນ​ເວລາ​ທີ່​ ທ່ານ ກາລັນ ສຳ​ຫຼວດ​ກອງທັບ​ອິດ​ສະ​ຣາ​ແອນ ຢູ່ ໂນນ​ໂກ​ລັນ ທີ່​ຄວບ​ຄຸມ​ໂດຍ ອິດ​ສະ​ຣາ
​ແອນ ໃນ​ວັນ​ທີ 7 ກໍລະກົດ ຜ່ານ​ມາ​ນີ້, ທ່ານ ໄດ້​ອອກ​ຄຳ​ສັ່ງ​ຢ່າງ​ຈະແຈ້ງ​ ໃຫ້​ທະຫານ​ອິດ​ສະ​ຣາ​ແອນ ທີ່​ປະຈຳ​ຢູ່​ພາກ​ເໜືອ ແລະ ພາກ​ໃຕ້ ຄື: ພາກ​
ໃຕ້​ກັບ​ພາກ​ເໜືອ ແມ່ນ ​ຂອງ​ເຂດ​ທີ່​ປະຕິບັດ​ໜ້າທີ່​ຢ່າງ​ເປັນ​ເອກະລາດ. ເຖິງ​ວ່າ, ທະຫານອິດ​ສະ​ຣາ​ແອນ ຈະ​ໄດ້ເຊັນ ​ສັນຍາ​ກັບ​ກຸ່ມ​ຮາມັສ ກ່ຽວ​ກັບ
​ການ​ຢຸດ​ຍິງ ແລະ ປ່ອຍ​ຕົວ​ປະກັນ ​ຢູ່​ພາກ​ໃຕ້, ແຕ່​ມັນ​ບໍ່​ໄດ້​ກ່ຽວ​ພັນ​ເຖິງ​ການເຄື່ອນໄຫວ​ທາງ​ການ​ທະຫານ ​ຢູ່​ທາງ​ພາກ​ເໜືອ ​ຂອງ​ທະຫານ​ອິດ​ສະ​ຣາ​
ແອນ,  ນອກຈາກ​ວ່າ ພັກ​ເຮັສ​ໂບ​ລາ ໃນລີ​ບັງ ຈະ​ເຊັນ​ສັນຍາ​ທີ່​ກ່ຽວຂ້ອງ​ກັບ ອິດ​ສະ​ຣາ​ແອນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 10/07/2024